ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສອງກອງທັບລາວ-ຍີ່ປຸ່ນ ສໍາເລັດໂຄງການຮ່ວມມື
ຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ

     ໃນວັນທີ 20 ທັນວາ 2023 ນີ້, ຢູ່ທີ່ອ່າງນໍ້າຫຸມ ໄດ້ມີພິທີສະຫຼຸບຜົນສໍາເລັດ ໂຄງການຮ່ວມມືເສີມສ້າງຂີດຄວາມສາມາດດ້ານ
ຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະ
ເທດຍີ່ປຸ່ນ ປີ 2016-2023 ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ປະທານຄະນະກໍາມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີທ່ານ ໂຄບາຢາຊິ ເຄັນອິຈິ ເອກອັກຄະລາດ
ສະທູດ ຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ພັນເອກ ມາຊານາໂອະ ທີ່ປຶກສາທູດປ້ອງກັນຊາດຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາທ່ານຜູ້ປະ
ສານງານຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງຈາກສູນກາງ, ຄະນະຊີ້ນໍາ, ອະນຸກໍາມະການ, ຄະນະກົມ, ກອງບັນຊາການ, ວິທະຍາຄານ
ພະລາທິການກອງທັບ, ພ້ອມດ້ວຍນາຍ ແລະ ພົນທະຫານ ກອງທັບປະຊາຊົນ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

     ການຮ່ວມມືເສີມສ້າງຂີດຄວາມສາມາດດ້ານການຊວ່ຍເຫຼືອມະນຸດສະທຳ ແລະ ບັນເທົ່າທຸກໄພພິບັດ ລະຫວ່າງ ກະຊວງປອ້ງກັນ
ປະເທດຍີ່ປຸ່ນ ໃຫ້ ກະຊວງປອ້ງກັນປະເທດ ສປປ ລາວ ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາແຕ່ປີ 2017-2023 ເຊິ່ງມີໄລຍະເວລາຂອງການ
ຮ່ວມມື 5 ປີ ເຊິ່ງໃນຊຸມປີຜ່ານມາ ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອພາຫະນະ ແລະ ອຸປະກອນກູ້ໄພ ໃຫ້ ສປປ ລາວ ໂດຍ ລັດຖະ
ບານ ສປປ ລາວ ມາໃຫ້ ກະຊວງປອ້ງກັນປະເທດ ມູນຄ່າ 850.000 ໂດລາສະຫະລັດ ເຊິ່ງປະກອບມີ: ລົດກູ້ໄພ 1 ຄັນ ພ້ອມດ້ວຍອຸ
ປະກອນກອບກູ້ໄພຕິດຕັ້ງໃນລົດ, ລົດຂົນສົ່ງຄົນເຈັບ 1 ຄັນ ພ້ອມດ້ວຍອຸປະກອນການແພດຕິດຕັ້ງໃນລົດ, ອຸປະກອນກູ້ໄພທາງບົກ 17
ລາຍການ ແລະ 2022-2023 ໄດ້ສົ່ງຄູເຝິກມາຈັດເຝິກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດດ້ານການຊອກຄົ້ນ-ກູ້ໄພ ແລະ
ແພດຊ່ວຍເຫຼືອສຸກເສີນຜູ້ປະສົບໄພພິບັດໃຫ້ກຳລັງ ກະຊວງປອ້ງກັນປະເທດ ສປປ ລາວ ຈຳນວນ 4 ຄັ້ງ ເຊິ່ງມີຜູ້ໄດ້ຮັບການເຝິກອົບຮົມ
ຈຳນວນ 246 ຄົນ, ກະຊວງປ້ອງກັນປະເທດຍີ່ປຸ່ນ ໄດ້ໃຫ້ທຶນນາຍທະຫານລາວໄປທັດສະນະສຶກສາ ແລະ ເຝິກວິຊາຄູ, ຊອກຄົ້ນ-ກູ້ໄພ,
ວິຊາແພດຊວ່ຍເຫຼືອສຸກເສີນຢູ່ນຳກຳລັງປອ້ງກັນຕົນເອງ ແຫ່ງປະເທດ ຍີ່ປຸ່ນ ຈຳນວນ 2 ຄັ້ງ, ມີນາຍທະຫານລາວໄປຮວ່ມ 24 ຄົນ ໃຫ້
ທຶນສະໜັບສະໜູນ ໃຫ້ນັກຂັບຂີ່ກົນຈັກໜັກຂອງເຫຼົ່າຮົບຊ່າງແສງ 4 ປະເພດ (ລົດດຸດ, ລົດດາມ, ລົດຈົກ ແລະ ລົດຕັກ) ໄປເຝິກອົບ
ຮົມຢູ່ໂຮງຮຽນຊ່າງແສງຂອງກອງປອ້ງກັນຕົນເອງ ແຫ່ງປະເທດຍີ່ປຸ່ນ ດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ 4
ຄັ້ງ ຈຳນວນ 20 ຄົນ ໄດ້ຍົກລະດັບຄວາມຊໍານິ-ຊຳນານ ໃນການນໍາໃຊ້ກົນຈັກໜັກແກ້ໄຂຜົນກະທົບພູເຈື່ອນຖັບຖົມທາງ, ຂົວ-ທາງຂາດ,
ດິນເຊາະເຈື່ອນຖັບຖົມບ້ານເຮືອນປະຊາຊົນສ່ວນປີ 2023 ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບມີລົດຂົນສົ່ງຄົນເຈັບ 1 ຄັນ
ແລະ ເຮືອກູ້ໄພ ພອ້ມເຄື່ອງຈັກຈຳນວນ 100 ລຳ ຈາກລັດຖະບານຍີ່ປຸ່ນ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 21/12/2023